108 panya ຮ້ອຍແປດປັນຍາ ສັງຄົມແຫ່ງການແບ່ງປັນ ແລະ ສຶກສາຮ່ຳຮຽນ

30.9.17

Google Apps for Business (G Suite) ຄືຫຍັງ

        Google Apps Business (G Suite) ຫຼັກ­ການ​ເຮັດ​ວຽກ​ງານ​ນັ້ນ ຄ້າຍ​ກັບ​ແບບ Google Apps Standards ຫລາຍ​ທັງ ໜ້າ​ຕາຂອງ Web Mail ແຕ່​ທີ່​ແຕກ​ຕ່າງ​ກັນ ຢ່າງ​ເຫັນ​ໄດ້​ແຈ້ງ​ຄື ເລື່ອງ​ຂອງ​ເ​ທັ​​ກ​ໂນ​ໂລ​​ຢີ​ຄວາມ​​ປ​ອດ​​ໄພ ແລະ ​ການ​ຈັດ­ການ​ລະ­ບົບ​ອີ​ເມ​​ລ໌ ລະ­ບົບ​ຄວາມ​​ປ​ອດໄພ​ທີ່​ເຮັດ​ໃຫ້​ແຕກ​ຕ່າງ​ກວ່າ Google Apps Standards ຄື
       Google Message Encryption ການ​ປ້ອງ​ກັນ​ຂໍ້​ມູນ​ທີ່​ສຳ­ຄັນ​ໃນ​ລະ­ຫວ່າງ​ການ​ສົ່ງ ບໍ່​ວ່າ​ຈະ​ເປັນ​ຂໍ້​ມູນ​ສ່ວນ​ບຸກ­ຄົນ​ຂໍ້​ມູນ​ທາງ​ການ​ເງີ​​ນ​ ຫລື​ ຊັບ​ສິນ​ທີ່​ເປັນ​ກຳ­ມະ­ສິດ​ຂອງ​ບໍ­ລິ­ສັດ ເຮັດ​ໃຫ້​ຜູ້​ໃຊ້​ແນ່​ໃຈ​ວ່າ​ເນື້ອ​ຫາ​ທີ່​ສຳ­ຄັນ​ເຖິງ​ປາຍ­ທາງ​ຂອງ​ມັນ​ໄດ້​ຢ່າງ​​ປ​ອດ​ໄພ ໂດຍ​ການ​ເຂົ້າ​​​ລະຫັດ​ອັດ​ໂນ​​ມັ​​ດ​ສຳ­ລັບ​ການ​ສື່­ສານ​ທາງ​ອີ​ເມ​​ລ໌​ທີ່​ສຳ­ຄັນ

Google Message Security ​​ປ​ອດ​ໄພ​ຈາກ​​ສ​ະ​ແປ​​ມ, ໄວ​​ຣັດ, ​​ຟິດຊິ່ງ ກ່ອນ​ທີ່​ຈະ​ເຂົ້າ​ເຖິງ​​ເ​ຄືອ​ຂ່າຍ​ຂອງ​ຜູ້​ໃຊ້ ໂດຍ​ບໍ່​ສູຍ​ເສຍ​ຂໍ້­ຄວາມ​ ຫລື​ ການ​ຢຸດ­ຊະ­ງັກ​ຂອງ​ບໍ­ລິ­ການ​ອີ​ເມ​​ລ໌​ຕອບ​ສະ­ຫນອງ​ຄວາມ​ຕ້ອງ­ການ​ຕາມ​ມາດ­ຕະ­ຖານ ການ​ປ້ອງ​ກັນ​ຂໍ້­ຄວາມ​ທີ່​ສຳ­ຄັນ​ເຊັ່ນ​ຂໍ້​ມູນ​ທາງ​ການ​ເງິນ​ ແລະ ເນື້ອຫາ​ສ່ວນ​ບຸກ­ຄົນ​ໂດຍ​ໃຊ້​ມາດ­ຕະ­ຖານ​ການ​ປ້ອງ​ກັນ​ແບບ SSL ຫລື TLS ໂປ​​ຣ​ໂຕ​ຄອນ ສຳ­ລັບ​ການ​​ປະ​ມວນ​ຜົນ​ຂໍ້­ຄວາມ ​ແລະ​ ໄວ​​ຣັດ 100%
      Google Message Discovery ເກັບ​ອີ​ເມ​​ລ໌​ສຳ­ລັບ​​ຈົນ​ກວ່າ​ທີ່​ເຈົ້າ​ຕ້ອງ­ການ​ໂດຍ​ລະ­ບົບ​ການ​ຮັກ­ສາ​ອີ​ເມ​​ລ໌​ໃນ google ມີ​ຄວາມ​​ປ​ອດ​ໄພ​ສູງ ການ​ຄົ້ນ​ຫາ​ອີ​ເມ​​ລ໌​ໄດ້​ຢ່າງ​ວ່ອງ­ໄວ​ຄົ້ນ​ຫາ​ທີ່​ເກັບ​ຂອງ​ຄວາມ​ຕ້ອງ­ການ​ໃນ​ຊ່ວງ​ວັນ​ທີ​ໂດຍ​ແ​ຕ່​ລະ​ບຸ​ຂໍ້​ມູນ​ທີ່​ຕ້ອງ­ການ ​​ເຊ້ນ ຜູ້​ສົ່ງ, ຜູ້​ຮັບ, ຫົວ­ຂໍ້, ຊີ້ນ​ຫາ, ຫລື​ ຊ່ວງ​ຂອງ​ເວ­ລາ ອື່ນໆ ໄດ້​ຮັບ​ປະ­ໂຫຍດ​ໂດຍ​ທີ່​ຜູ້​ໃຊ້​ບໍ່​ຕ້ອງ​ເພີ່ມ​ຮາ​​ດ​ແວ​​ເພິ່ມ​ເຕິ​​ມ​ໃດໆ

Package E-mail Google Apps Business

Google Apps Business
User Account                                                ບໍ່​ຈຳ­ກັດ
Email inbox size                                       30 GB /User
up time                                                         99.9%
Email, calendar, docs and team sites              ໃຊ້ໄດ້
24/7 customer support                                   ໃຊ້ໄດ້
Support Mobile Device Management              ໃຊ້ໄດ້
ທົດ​ລອງ​ໃຊ້​​ຟຣີ                                                 15 ມື້
​​ລາ​ຄາ                                                         1,290 User
Share:

ການໃຊ້ງານ WhatsApp ຜ່ານ Web Browser (WhatsApp Web)


​​ໃນບົດຄວາມກ່ອນໜ້ານີ້ ໄດ້ຂຽນກ່ຽວກັບການຕິດຕັ້ງ WhatsApp ໃນ Google Chrome ໄປແລ້ວ ແຕ່ມື້ນີ້ຈະມາແນະວິທີທີ່ງ່າຍກວ່າການຕິດຕັ້ງລົງໃນ Google Chrome ຫຼື ຕິດຕັ້ງໃນເຄື່ອງຄອມພິວເຕີຂອງເຮົານັ້ນກໍຄືການເຂົ້າໃຊ້ງານ WhatsApp ຜ່ານ Web Browser ດ້ວຍຟິເຈີຂອງ WhatsApp Web ຊຶ່ງຂັ້ນຕອນຈະມີແນວໃດນັ້ນໃຫ້ທ່ານອ່ານບົດຄວາມນີ້ຈົນຈົບແລ້ວຈະເຂົ້າໃຈ
ເ​​ພື່​​ອໃຫ້​ປະ­ສົບ​ການ​ໃນ​ການ​ສື່­ສານ​​ເປັນ​ໄປ​ໄດ້​ຢ່າງສະ​ດວກ​ດີ ຂະ­ນະ​ນີ້ WhatsApp ສາ­ມາດ​ໃຊ້​ງານ​ໄດ້​ແລ້ວ​ທັງ​ໃນ​ມື​ຖື ​ແລະ​ ຄອມ​​ພິວ​ເຕີ​ຂອງ​ເຈົ້າ WhatsApp Web ເປັນ​ສ່ວນ​​ເພິ່ມ​ເຕິ​​ມ​ເທິງ​ຄອມ​​ພິວ​ເຕີ​ຂອງ​​ບັນ​ຊີ WhatsApp ຈາກ​ມື​ຖື​ຂອງ​ເຈົ້າ ຂໍ້­ຄວາມ​ທີ່​ເຈົ້າ​ຮັບ​ ແລະ ​ສົ່ງ​ຈະ​ຊິງ​​ຄ໌​ທັງ​ໝົດ​ລະ­ຫວ່າງ​ມື​ຖື​ກັບ​ຄອມ​​ພິວ​ເຕີ​ຂອງ​ເຈົ້າ ແລະ ສາ­ມາດ​ເຫັນ​ຂໍ້­ຄວາມ​ທັງ​ໝົດ​ໃນອຸ­ປະ­ກອນ​ທັງ​ສອງ​ໄດ້ ບໍ່​ວ່າ​ເຈົ້າ​ຈະ​ດຳ­ເນີນ​ການ​ໃດໆ​​ໃນມື​ຖື ກໍ​ຈະ​ປາ­ກົດ​ໃນ WhatsApp Web ແລະ ​ໃນ​ທາງ​​ກັບ​ກັນ​ດ້ວຍ ຂະ­ນະ​ນີ້ WhatsApp Web ມີ​ໃຫ້​ບໍ­ລິ­ການ​ສະ­ເພາະ​ສຳ­ລັບ​ມື​ຖື Android, iPhone 8.1+, Windows Phone 8.0 ແລະ 8.1, Nokia S60, Nokia S40 EVO, BlackBerry ແລະ * BlackBerry 10* ເທົ່າ​ນັ້ນ

WhatsApp Web ບໍ່​ແມ່ນ​​ບັນ​ຊີ WhatsApp ອີກ​ອັນ ເມື່ອ​ເຈົ້າ​ໃຊ້​ງານ WhatsApp ​ໃນຄອມ​​ພິວ​ເຕີ​ຂອງ​ເຈົ້າ ​ແລະ​ ມື​ຖື​ຂອງ​ເຈົ້າ ​ພຽງ​ແຕ່​ສາ­ມາດ​ເຂົ້າ​ເຖິງ​​ບັນ​ຊີ​ດຽວ​ກັນ​​ໃນອຸ­ປະ­ກອນ​ທັງ​ສອງ​ຊະ­ນິດ​ເທົ່າ​ນັ້ນ

ຄຸນ­ສົມ­ບັດ​​ຂັ້ນ​ຕ່ຳ​ໃນ​ການ​ໃຊ້​ງານ WhatsApp Web
· ເຈົ້າ​ຈະ​ຕ້ອງ​ມີ​​ບັນ​ຊີ WhatsApp ທີ່​ໃຊ້​ງານ​ຢູ່​ໃນ​ຖື​ຂອງ​ເຈົ້າ
· ​​ເຈົ້າ​ຈະ​ຕ້ອງ​ມີ​ການ​ເຊື່ອມ​ຕໍ່​ອິນ​ເຕີເ​ນັດ​ທີ່​ສະ​ຖຽນ​ໃນ​ມື​ຖື ແລະ ​ຄອມ​​ພິວ​ເຕີ​ຂອງ​ເຈົ້າ
· ເຈົ້າ​ຈະ​ຕ້ອງ​ໃຊ້​​ເ​ວີ​​​ຊັ່ນ​ລ່າ​ສຸດ​ຂອງ Chrome, Firefox, Opera, Safari ຫຼື Edge ເປັນ​​ Web Browser ​​​ໃນ​ຄອມ​​ພິວ​ເຕີ​ຂອງ​ເຈົ້າ

ໃນ​ການ​​ເ​ລີ່ມ​ໃຊ້​ງານ WhatsApp Web
1. ໄປ​ທີ່ web.whatsapp.com ຈາກ​ຄອມ​​ພິວ​ເຕີ​ຂອງ​ເຈົ້າ
2. ເປີດ WhatsApp ໃນ​ມື​ຖື​ຂອງ​ເຈົ້າ
· ສຳ­ລັບ Android: ໄປ​ທີ່ ແຊດ > ເມ​​ນູ > WhatsApp Web.
· ສຳ­ລັບ Nokia S60 ແລະ Windows Phone: ໄປ​ທີ່ ເມ​​ນູ > WhatsApp Web
· ສຳ­ລັບ iPhone: ໄປ​ທີ່ ການ​​ຕັ້ງ​ຄ່າ > WhatsApp Web
· ສຳ­ລັບ BlackBerry: ໄປ​ທີ່ ແຊດ > ເມ​​ນູ > WhatsApp Web
· ສຳ­ລັບ BlackBerry 10: ປັດ​ລົງ​ຈາກ​ດ້ານ​ເທິງ​ຂອງ​ໜ້າ​​​ຈໍ> WhatsApp Web
· ສຳລັບ Nokia S40: ປັດຂື້ນ​ຈາກ​ດ້ານ​ລຸ່​​ມ​ຂອງ​ໜ້າ​​​ຈໍ> WhatsApp Web
3. ສະ​ແກນ QR code ​ໃນ​ໜ້າ​​​ຈໍ​ຄອມ​​ພິວ​ເຕີ​ຈາກ​ມື​ຖື​ຂອງ​ເຈົ້າ
4. ຈາກ​ມື​ຖື​ຂອງ​ເຈົ້າ ໄປ​ທີ່ WhatsApp Web ເພື່ອ​ເບິ່ງ​ການ​ເຂົ້າ​ລະ­ບົບ​ໄປ​ຢັງ​ຄອມ​​ພິວ​ເຕີ ຫຼື ​ເພື່ອ​ອອກ​ຈາກ​ລະບົບ​ ຈາກ WhatsApp Web ທີ່​ໃຊ້​ງານ​ຢູ່
Share:

ເຂົ້າໂປຣແກຣມ Word, Excel, PowerPoint ໂດຍບໍ່ຕ້ອງລໍ

ໂດຍ​ປົກ­ກະ­ຕິ​ເວ­ລາ​ທີ່​ເຮົາ​ຮຽກ​ໂປ​​ຣ​ແກ​​ຣມ ບໍ່​ວ່າ​ຈະ​ເປັນ​ການ​ໃຊ້​ງານ Word, Excel ຫຼື Power Point ນັ້ນ ຈະ​ສັງເກດ​ໄດ້​ວ່າ​ມີ​ໂລ​ໂກ້​ທີ່​ຮຽກ​ວ່າ Splash screen ແລ່ນຂື້ນມາ​ກ່ອນ​ທີ່​ຈະ​ເຂົ້າ​ສູ່​ໂປ​​ຣ​ແກ​​ຣມ ບາງ­ເທື່ອ​ກໍ​ໃຊ້​ເວ­ລາ​ດົນ ແຕ່​ບາງ­ເທື່ອ​ກໍ​ແວບ​ດຽວ​ກໍ​ຂື້ນ​ຢູ່​ກັບ​ຈັງ­ຫວະ​ຂອງ​ເຄື່ອງໃນເວ­ລາ​ນັ້ນ​ວ່າ​ມີ​ໂຫຼ​​ດ​ຫລາຍ​ນ້ອຍ​ພຽງ​ໃດ ແຕ່​ຖ້າ​ໃຜ​​​ລຳ​ຄາຍ​ ຫຼື ​ບໍ່​ຢາກ​ໃຫ້​​ຣັນຕົວ Splash screen ນີ້​ຂື້ນ​ມາ ກໍ​ສາ­ມາດ​ປິດ​ ຫຼື Disable ​ໄປ​ໄດ້ ໂດຍ​ທີ່​ບໍ່​ຕ້ອງ​ໃຊ້​ເຄື່ອງ­ມື​ໃດໆມາລົບ​ອອກ ພຽງ​ແຕ່​ໃຊ້​ວິ­ທີ​​ຕັ້ງ​ໄອ​ຄອນ​ຂື້ນ​ມາ​ໃໝ່​ເທົ່າ​ນັ້ນ ດ້ວຍ​​ຂັ້ນ​ຕອນງ່າຍໆ ດັ່ງ­ນີ້

ກ່ອນ​ອື່ນ​ໃຫ້​ເຊັກ​ເບິ່ງ​ກ່ອນ​ວ່າ ໂປ​​ຣ​ແກ​​ຣມ​ທີ່​ໃຊ້​ຢູ່​ນັ້ນ​ເປັນ​​ເ​ວີ​​​ຊັນ​ຫຍັງ x86 ຫຼື x64 ເພ​​າະ​ຈະ​ໄດ້​ເຂົ້າ​ໄປ​ຢັງ​ໄຟ​​ລ໌​ທີ່​ຕິດ​​ຕັ້ງ​ຂອງ​ໂປ​​ຣ​ແກ​​ຣມ​ໄດ້​ຢ່າງ​ຖືກ­ຕ້ອງ ເຊິ່ງຈະ​ໃຊ້​ເວ­ລາ​ທີ່​ສ້າງ​ຊອດ​ຄັດ​ນັ້ນ​ເອງ



  1. ​ກ່ອນ​ອື່ນ​ໃຫ້​ສ້າງ​ໄອ​ຄອນຂື້ນ​ມາ​ທີ່​ໜ້າ​​​ຈໍ​ກ່ອນ ດ້ວຍ​ການ​​ຄ​ລິ​​ກ​ຂວາ​ທີ່​ໜ້າ Desktop ແລ້ວ​ເລືອກ New > Shortcut 
  2. ຈາກ​ນັ້ນ​ເລືອກທີ່ Browse... ເພື່ອນຳ​ເອົາທີ່ຢູ່ຂອງໂປຣແກຣມ ( C:\Program Files (x86)\Microsoft Office\Office14\WINWORD.EXE ຈາກນັ້ນເພີ່ມ /q ໃສ່​ໄວ້​ທາງຫຼັງໃນຊ່ອງ​ຂອງ Type the location of item (ຢ່າ​ລືມ​ວ່າ​ຫາກ​ເປັນ ແບບ 32 ບິດ ໃຫ້​ໄປ​ທີ່​​ໂຟເດີ​​ x86 ສ່ວນ​ຖ້າ​ເປັນ 64 ບິດ ໃຫ້​ໄປ​ທີ່​​ໂຟ​ເດີ​​ x64 ) ຈາກ​ນັ້ນ​​ຄ​ລິ​​ກ Next

    ຫາກ​ເປັນ Excel ຫຼື Power Point ກໍ​ໃຫ້​ເຂົ້າ​ໄປ​ຫາ Excel.exe ຫຼື POWERPNT.exe ໂດຍ​ເລືອກ​ໃສ່​ຂໍ້​ມູນ​ໄດ້​ຕາມ​ນີ້:
    - Excel 2010: C:\Program Files (x86)\Microsoft Office\Office14\WINWORD.EXE ຈາກນັ້ນເພີ່ມ /e-PowerPoint 2010 : C:\Program Files (x86)\Microsoft Office\Office14\WINWORD.EXE ຈາກນັ້ນເພີ່ມ /s\

3. ເມື່ອ​ເຂົ້າ​ສູ່​ໜ້າ​ຕ່າງ​ໃໝ່ ຈະ​ເປັນ​ການ​ໃສ່​ຊື່​ໃຫ້​ຊອດ​ຄັດ​ທີ່​ສ້າງຂື້ນມາ​ໃໝ່​ນີ້ ໂດຍ​ໃສ່​ຊື່​ຕາມ​ໂປ​​ຣ​ແກ​​ຣມ​ທີ່​ໃຊ້​ວ່າ​ເປັນ Microsoft Word, Excel ຫຼື Power Point ແລ້ວ​​ຄ​ລິ​​ກ Finish 

4. ເມື່ອ​ໄດ້​​ຊອດ​ຄັດ​ມາ​ແລ້ວ ກໍ​ໃຫ້​ລອງ​ດັບ​ເບີ​​ນຄ​ລິ​​ກ ເພື່ອ​ໃຊ້​ງານ ຈະ​ເຫັນ​ໄດ້​ວ່າ​ລະ­ບົບ​ຈະ​ເປີດ​ເຂົ້າ​ສູ່​ໂປ​​ຣ​ແກ​​ຣມ​ທັນ­ທີ ໂດຍ​ບໍ່​ຕ້ອງ​ຜ່ານ​ໜ້າ Splash screen ແຕ່​ຢ່າງ­ໃດ​ກໍລຸ​​ດ​ເວ­ລາ​ການ​ເຂົ້າ​ໄປ​ອີກ ສຳ​ລັບ​​ຄົົນ​ທີ່​ມັກ​ຫຍັງ​ທີ່​ວ່ອງ­ໄວ​ທັນ­ໃຈ
Share:

ໄປສະນີອິເລັກໂທຣນິກ (Electronic Mail) ຫຼື ອີເມລ (email)


ໄປສະນີອິເລັກໂທຣນິກ (Electronic Mail) ຫຼືເອີ້ນຫຍໍ້ໆວ່າ E Mail ເປັນວິທີການຕິດຕໍ່ສື່ສານໃນ Internet ທີ່ເປັນມາດ ຕະຖານ ແລະເກົ່າແກ່ທີ່ສຸດ ໂດຍທີ່ສາມາດສົ່ງເອກະສານ ທີ່ເປັນຂໍ້ຄວາມທຳມະດາ ຈົນເຖິງເອກະສານແບບ ມັນຕິມີເດຍ ມີທັງພາບ ແລະສຽງ ໄປຮອບໂລກ ໃນການບໍລການແບບ ນີ້ຜູ້ທີ່ຕ້ອງສົ່ງ ແລະຮັບຈົດໝາຍອີເລັກ ໂຕຼນິກ ຈະຕ້ອງມີບັນຊີບໍລິການທີ່ແນ່ນອນ ເຊິ່ງເອີ້ນ ວ່າ: E-Mail Address

ອີເມວຕາມລັກສະນະຂອງການໃຫ້ບໍລິການໄດ້ 3 ລັກສະນະຄື:
  • ອີເມວສຳນັກງານ:
  • ອີເມວໂດຍ ISP:
  • ອີເມວທີ່ໃຫ້ບໍລິການຟຣີທົ່ວໄປ:

ຮູບ​ແບບ​ຊື່ Email Address: abc@domian.com
  1. abc ຄື ຊື່​ຂອງ​ເຈົ້າ ສາ­ມາດ​​ຕັ້ງ​ເປັນ​ຊື່​ຫຍັງ​ກໍ​ໄດ້ 
  2. ເຄື່ອງ­ໝາຍ "@" ສຳ­ລັບ​​ກັ້ນ​ລະ­ຫວ່າງ ຊື່ ກັບ ຊື່​ເວ​​ບ​ໄຊ​​ທ໌ ຫລື domain name 
  3. domian.com ຄື ຊື່​ເວ​​ບ​ໄຊ​​ທ໌ ຫລື domain name 
ຊະ­ນິດ​ຂອງ​ການ​ຮັບ​ສົ່ງ E-mail
  1. ຮັບ​ສົ່ງ​ໂດຍ​ໃຊ້​ໂປ​​ຣ​ແກ​​ຣມ E-mail ໂດຍ​ສະ­ເພາະ ເຊັ່ນ MS Outlook, Eudora…
  2. ຮັບ​ສົ່ງ​ໂດຍ​ຜ່ານ Website ເຊັ່ນ www.google.com, www.yahoo.com, www.hotmail.com...
  3. ຮັບ​ສົ່ງ​ໂດຍ​ຜ່ານ Web Browser ເຊັ່ນ Google Chome, IE ເປັນ­ຕົ້ນ
Share:

Ethernet ຄື/ແມ່ນຫຍັງ

Ethernet ​ເປັນ​ເທັກ​ໂນ​ໂລ​ຊີ​ສຳລັບ​ເຄືອ​ຂ່າຍ​​ແລນ (LAN) ທີ່​ໄດ້​ຮັບ​ຄວາມ​ນິຍົມ​ສູງ​ສຸດ​ໃນ​ປະຈຸ​ບັນ ຄິດ​ຄົ້ນ​ໂດຍ​ບໍລິສັດ​ Xerox ຕາມ​ມາດຕະຖານ IEEE 802.3 ການ​ເຊື່ອມ​ຕໍ່​ເຄືອ​ຂ່າຍ​​ແບບ Ethernet ສາມາດ​ໃຊ້​ສາຍ​ໄດ້​ທັງ​ແບບ Co-Axial ​ແລະ UTP (Unshielded Twisted Pair) ​ໂດຍ​ສາຍ​ສັນຍານ​ທີ່​ໄດ້​ຮັບ​ຄວາມ​ນິຍົມ​ຄື UTP 10Base-T ​ເຊິ່ງສາມາດ​ສົ່ງ​ຂໍ້​ມູນ​ໄດ້​ໄວ​ເຖິງ 10 Mbps ຜ່ານ Hub.
ທັງ​ນີ້​ການ​ເຊື່ອມ​ຄອມ​ພິວ​ເຕີ​ໃນ​ເຄືອ​ຂ່າຍ ບໍ່​ຄວນ​ເກີນ 30 ​ເຄື່ອງ ຕໍ່​ໜຶ່ງ​ວົງ​ເຄືອ​ຂ່າຍ ເນື່ອງ​ຈາກ​ອຸປະກອນ​ໃນ Ethernet LAN ຈະ​ແຂ່ງຂັນ​ນການ​ສົ່ງ​ຂໍ້​ມູນ ຫາກ​ສົ່ງ​ຂໍ້​ມູນ​ພ້ອມ​ກັນ ແລະ​ສັນຍານ​ຕຳ​ກັນ ຈະ​ເຮັດ​ໃຫ້​ເກີດ​ການ​ສົ່ງ​ໃໝ່ (CSMD/CD: Carrier sense multiple access with collision detection) ​ເຮັດ​ໃຫ້​ເສຍ​ເວລາ
ປະຈຸ​ບັນ Ethernet ​ໄດ້​ພັດທະນາ​ໄປ​ຫຼາຍ ​ເປັນ Fast Ethernet ທີ່​ສົ່ງ​ຂໍ້​ມູນ​ໄດ້ 100 Mbps ​ແລະ Gigabit Ethernet
Share:

Periscope ເປີດ​ຕົວ​ຟີເຈີ ຖ່າຍທອດສົດ 360°

ແອັບຯ Periscope ແອັບຯຖ່າຍທອດສົດ Live Stream ຈາກ​ twitter ປະກາດ​ເປີດ​ຕົວ​ບໍລິການ​ຖ່າຍທອດສົດ​ 360 ອົງສາ​ໃນ periscope ເຮັດ​ໃຫ້​ເພື່ອນ​ໆ​ທີ່​ຕິດຕາມ​ເຮົາ​ ສາມາດ​ເບິ່ງ​ວິດີໂອ​ແບບ​ 360 ອົງສາ​ຜ່ານທາງ​ Periscope ແລະ​ Twitter​ໄດ້​ ເຊິ່ງ​ເລີ່ມ​ເປີດ​ໃຊ້​ງານ​ສະເພາະ​ພັນທະ​ມິດ​ບາງລາຍກ່ອນທີ່ຈະ ເປີດ​ໃຫ້ຜູ້ໃຊ້ງານ ທົ່ວໄປໄດ້ໃຊ້ງານ ໃນໄວໆນີ້​
ໃນນັ້ນຍັງ​ສາມາດ​ຕິດຕາມ​ການ​ເບິ່ງ​ວິດີໂອ​ທີ່​ຖ່າຍທອດສົດ​ຈາກ Periscope ແບບ 360 ອົງສາ​ໄດ້ ຊຶ່ງ​ທ່ານສາມາດ ເບິ່ງ​ໄດ້ທາງ​ຄອມພິວເຕີ​ ແລະ​ ​ແອັບຯ​​ Periscope​ ທາງ​ໂທລະສັບ​ສະມາດໂຟນ ກົດມູນຮອບໆ 360​° ໄດ້​ ຊຶ່ງ​ຄຸນນະພາບ​ວິດີໂອ​ທີ່ໄດ້ຄ່ອນຂ້າງລະອຽດ ເຖິງ​ແມ່ນ​ວ່າ​ຈະບັນທືກບໍ່ແມ່ນລະດັບ HD
ຕອນນີ້ຍັງບໍ່ຮູ້ແນນອນວ່າ​ອຸປະກອນ​ໃດທີ່ຈະນຳມາໃຊ້​ໃນການ​ຖ່າຍທອດສົດ​ຜ່ານທາງ​ Periscope 360​ ເບື້ອງຕົ້ນ​ຈາກການ​ລາຍງານ​ກໍມີ​ Insta360 Nano camera ສຳລັບ​ iPhone ສາມາດ​ໃຊ້​ເພື່ອ​ການ​ຖ່າຍທອດສົດ​ແບບ 360 ອົງສາ​ກັບ​ບໍລິການ Periscope 360 ໄດ້​ແຕ່​ຟີ​ເຈີ​ຖ່າຍ​ທອດ​ສົດ​ແບບ​ 360​ ອົງສາ​ ດ້ວຍ​ Periscope ນັ້ນ​ຮອງຮັບທັງ iOS ແລະ​ Android
ຫາກທ່ານໃດສົນໃຈຢາກຮ່ວມທົດສອບນຳ  ສາມາດ​ປ້ອນຂໍ້ມູນຕາມແບບຟອມຕາມລີ້ງນີ້​ ເພື່ອ​ຮ່ວມ​ທົດສອບ​ຟີ​ເຈີ​ 360​ ອົງສາ​ ກັບທີມງານ Periscope ໄດ້​
ຂໍ້ມູນ​ຈາກ: it24hr.​com
Share:

ວິທີຕັ້ງລະຫັດຜ່ານໃຫ້ກັບໄຟລ໌ເອກະສານ Microsoft Office Word

     ຫຼາຍຄົນຄົງເຄີຍໃຊ້ງານໂປຣແກຣມ Microsoft Word ແຕ່ບາງເອກະສານກໍມີຄວາມສຳຄັນ, ເປັນຄວາມລັບສ່ວນຕົວ ຫຼື ອົງກອນ, ບໍ່ຢາກໃຫ້ກຸ່ມຄົນອື່ນໆຮັບຮູ້ຂໍມູນດັ່ງກ່າວ; ເພື່ອຄວາມປອດໄພຂອງຂໍມູນແລ້ວເຮົາຄວນຈະເຮັດແນວໃດ ? ຄວາມຈີງແລ້ວມັນກໍມີຫຼາຍວິທີໃນການເກັບຮັກສາເອກະສານໃຫ້ຄວາມປອດໄພຈາກຄົນອື່ນ ແຕ່ມື້ນີ້ເຮົາຈະມາແນະນຳການຕັ້ງລະຫັດຜ່ານໃຫ້ກັບໄຟລ໌ເອກະສານຂອງເຮົາ ເຊິ່ງໃນທີ່ນີ້ເຮົາຈະມາແນະນຳເປັນໂປຣແກຣມ Microsoft Office Word 2016 (ສາມາດນຳວິທີນີ້ໄປໃຊ້ກັບກຸ່ມຂອງໂປຣແກຣມ Microsoft Office).


ວິທີການຕັ້ງລະຫັດຜ່ານ
1.      ໄປສ້າງ ຫຼື ເປີດໄຟລ໌ເອກະສານທີ່ສາມາດໃຊ້ງານໃນ Microsoft Word ມາກ່ອນ ແລ້ວໄປທີ່ເມນູ File
2.      ກົດທີ່ Info > Protect Document > Encrypt with Password ເພື່ອເຂົ້າໄປຕັ້ງລະຫັດຜ່ານ
3.      ຈາກນັ້ນໃຫ້ປ້ອນລະຫັດຜ່ານໃສ່ຕາມຕາມຕ້ອງການ (ໃຫ້ຢາກສຳລັບຄົນອື່ນ ແລະ ງ່າຍສຳລັບເຮົາ) > ກົດ OK
4.      ໃຫ້ປ້ອນລະຫັດຜ່ານອິກຄັ້ງ ກົດ OK
5.      ສະຖານະຂອງ Protect Document ຈະປ່ຽນເປັນ A Password is required to open this document ສະແດງວ່າໄຟລ໌ເອກະສານນີ້ຖືກເຂົ້າລະຫັດແລ້ວ ຈາກນັ້ນກໍກົດປຸ່ມ Save ເພື່ອບັນທືກການຕັ້ງຄ່າ

ການເປີດໃຊ້ງານເອກະສານ
ເວລາເປີດໄຟລ໌ເອກະສານເພື່ອໃຊ້ງານອິກມັນຈະຖາມລະຫັດຜ່ານທຸກຄັ້ງ ໃຫ້ເຮົາໃສ່ລະຫັດຜ່ານລົງໄປ > OK
ການຍົກເລິກລະຫັດຜ່ານ
ຖ້າຫາກຕ້ອງການຍົກເລິກລະຫັດຜ່ານໃຫ້ເຂົ້າໄປຕາມຂັ້ນຕອນໃນການຕັ້ງລະຫັດຜ່ານຂ້າງເທີງນີ້ ເມື່ອມາຮອດຂັ້ນຕອນທີ່ ໃຫ້ລົບລະຫັດຜ່ານອອກໝົດເລີຍ ຈາກນັ້ນໃຫ້ກົດປຸ່ມ OK > ກົດປຸ່ມ Save ເພື່ອບັນທືກການຕັ້ງຄ່າ.

CR: lerngdd.blogspot.com
Share:

Like ພວກເຮົາເທິງ Facebook

ໂພສລ່າສຸດ

Recent Posts Widget

ຄອມເມັ້ນລ່າສູດ

Total Pageviews